ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

10 ປີ ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ໄດ້​ນຳ​ເອົາ​ການ​ປ່ຽນແປງຢ່າງ​ຈະແຈ້ງ​ມາສູ່​ໂລກ

     ອີງ​ຕາມ​ຂ່າວ​ທາງ​ການ ​ສປ​ ຈີນ ແຈ້ງ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ການ​ຮ່ວມ​ມື​ສາກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຄັ້ງ​
ທີ 3 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ​ສປ ຈີນ ໃນ​ລະຫວ່າງ​ວັນ​ທີ 17 - 18 ຕຸລາ 2023 ນີ້, ໄດ້​ເຊື້ອ​ເຊີນ​ຜູ້ນຳ​ຈາກ 140 ກວ່າ​ປະ
ເທດ ແລະ 30 ກວ່າ​ອົງ​ການ ຈັດຕັ້ງ​ສາກົນ​ເຂົ້າ​ຮ່ວມ ເພື່ອ​ການ​ຮ່ວມ​ມື ແລະ ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ.

     ໃນ​ໂອກາດຄົບຮອບ 10 ປີ​ ໃນການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ເຊິ່ງ​ໄດ້​ນຳ​ເອົາ​ການ​ປ່ຽນແປງ​ອັນ​ຈະແຈ້ງ​ມາ​ໃຫ້​ແກ່​
ໂລກ. 10 ປີ ຜ່ານມາການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ໄດ້​ສ້າງ​ໂຄງການ​ຮ່ວມ​ມື​ຫຼາຍ​ກວ່າ 3.000 ໂຄງການ, ໄດ້​ດຶງ​ດູດ​
ການ​ລົງທຶນ​ຫຼາຍ​ພັນ​ຕື້​ໂດ​ລາ, ນັບ​ມາ​ຮອດ​ທ້າຍ ​ເດືອນ ມິຖຸນາ 2023 ​ສປ ຈີນ​ ໄດ້​ເຊັນ​ເອກະສານ​ຮ່ວມ​ມື​ໃນ​ການ​ຮ່ວມ​ກັນ​ສ້າງ
“ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” 200 ກວ່າ​ສະບັບ​ກັບ 150 ກວ່າ​ປະເທດ ແລະ 30 ກວ່າ​ອົງ​ການຈັດຕັ້ງ​ສາກົນ. ຜົນ​ການ​ຄົ້ນຄວ້າ​ຂອງ​ທະ
ນາຄານ​ໂລກ​ສະແດງ​ໃຫ້​ເຫັນ​ວ່າ: ການ​ປະຕິບັດ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຢ່າງຮອບດ້ານໄດ້​ເຮັດ​ໃຫ້​ຍອດ​ມູນ​ຄ່າ​ການ​ຄ້າ​ລະ
ຫວ່າງ​ປະເທດ​ຮ່ວມ​ກັນ​ສ້າງ​ເພີ່ມ​ຂຶ້ນ 4,1%, ເມື່ອ​ຮອດ​ປີ 2023 ຄາດ​ວ່າ ທຸກ​ປີ​ຈະ​ນຳ​ເອົາ​ລາຍ​ຮັບ 1.600 ຕື້​ໂດ​ລາ ມາ​ໃຫ້​ແກ່​ໂລກ
ອາດ​ຈະ​ເຮັດ​ໃຫ້​ປະຊາກອນ 7,6 ລ້ານ​ຄົນ​ ໃນ​ບັນດາ​ປະເທດ​ຮ່ວມ​ກັນ​ສ້າງ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

     ອີງ​ຕາມ​ຂ່າວ​ທາງ​ການ​ຈີນ ໃຫ້​ຮູ້​ອີກວ່າ: ກອງ​ປະຊຸມ​ເວທີປຶກສາ​ຫາລື​ຄັ້ງ​ນີ້ ຈະ​ສຸມໃສ່​ຂົງເຂດ​ເຊື່ອມ​ຈອດ​ກັນ, ການ​ພັດທະນາ​
ແບບ​ສີຂຽວ, ເສດຖະກິດ​ດີ​ຈີ​ຕອນ ແລະ ອື່ນໆ ພ້ອມ​ທັງ​ຈະ​ກ້າວ​ເຖິງ​ໝາກຜົນ​ການ​ຮ່ວມ​ມື​ຕ່າງໆ​ຫຼາຍ​ກວ່າ​ສອງ​ຄັ້ງ​ທີ່​ຜ່ານ​ມາ ເຊິ່ງ
​ສະແດງ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງ​ວ່າ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ມາ​ຈາກ​ຈີນ, ເປັນ​ຂອງ​ໂລກ ແລະ ສ້າງ​ຜົນ​ປະໂຫຍດ​ໃຫ້​ແກ່​ມວນ​ມະນຸດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/10/2023